ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0144
  2. ຊື່ລາວ: ເລັນເລ່
  3. ຊື່ວິທະຍາສາດ: Calocedrus macrolepis Kurz
  4. ຕະກຸນ: CUPRESSACEAE
  5. ຊື່ການຄ້າ: LEN LE (LA), PAEK LOM (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ເລັນເລ່ ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນ ຊື່, ແຕກກີ່ງງ່າງ່າຍ, ເຮືອນຍອດກວ້າງ. ເປືອກສີນໍ້າຕານ ຫາ ສີນໍ້າຕານອົມແດງ, ຕົ້ນອ່ອນເປືອກກ້ຽງ, ຕົ້ນແກ່ ເປືອກຫຍາບຊາ ແລະ ຮອຍແຕກຍາວ. ໃບ ຄ້າຍຄືເກັດ, ແປ, ຮຽງເປັນ 2 ຄູ່, ແຕ່ລະໃບຄູ່ໃນຈະແບນ ຫລື ແປ ແລະ ແນບກັບລຳຕົ້ນ, ໃບຄູ່ນອກຮູບເຮືອ, ປົກກະຕິປະກອບດ້ວຍແຜ່ນປ່ອງອາກາດຈະແຈ້ງ. ໂຄນ: ໂຄນເພດແມ່ເກີດຢູ່ປາຍ, ດ່ຽວ, ເມື່ອແກ່ສີນໍ້າຕານອົມແດງ, ຮູບກັບສ້ວຍແກມຂອບຂະໜານ. ແກ່ນ ມີ 2 ປີກ ຂະໜາດບໍ່ເທົ່າກັນ.

 

ເນື້ອໄມ້ເລັ່ນເລ້ ມີສີນໍ້າຕານ ຫຼື ນໍ້າຕານແກມເທົາ  ມອກໄມ້ ແລະ ແກນໄມ້ ມີສີຕ່າງກັນ, ມີຂອບເຂດວົງປີຊັດເຈນ ເຫັນໄດ້ຈາກຄວາມແຕກໂຕນ ຂອງສີເຂດເນື້ອໄມ້ຕົ້ນລະດູ ຫາ ເຂດເນື້ອໄມ້ທ້າຍລະດູ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ບໍ່ມີ ພໍຣ໌ (Pore), Ray tracheids ບໍ່ເຫັນ ຫຼື ຫາຍາກທີ່ສຸດ. Ray exclusively Uniseriate, ຄວາມສູງສະເລ່ຍຂອງເຣລະດັບປານກາງ 5 ຫາ 15 ຈຸລັງ. ພາເຣງຄິມາ (Parenchyma) ແບບກະຈັດກະຈາຍ ແລະ ແບບ Marginal axial parenchyma.

  1. ການນໍາໃຊ້: ເນື້ອໄມ້ ແຂງ, ຊື່ ເນື້ອໄມ້ສວຍງາມ ແລະ ມີກິ່ນຫອມ, ທົນທານຕໍ່ປວກ ແລະ ແມງໄມ້, ນຳໃຊ້ງ່າຍ. ນຳໃຊ້ວຽກກໍ່ສ້າງ, ຕູ້, ເຄື່ອງຕົບແຕຕ່ງພາຍໃນ, ຫັດຖະກໍາ, ເຮັດທູບ ແລະ ນໍ້າມັນຫອມ, ຕົ້ໜນ້ອຍເປັນໄມ້ປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ເລັນເລ່ ເປັນໄມ້ຕ້ອງການຮົ່ມ ພົບເຫັນໃນປ່າປະສົມຂັ້ນໜຶ່ງ, ປ່າດົງດິບ, ປ່າດົງດິບຊຸ່ມຊື່ນ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 800–1500 ມ.
  3. ການກະຈາຍພັນ: ພາກເໜືອຂອງອິນເດຍ, ພາກຕາເັນອອກສ່ຽງເໜືອຂອງມ່ຽນມ້າ, ພາກໃຕ້ ຈີນ, ໃຕ້ຫວັນ, ພາກຕາເວັນອອກສຽ່ງເໜືອຂອງໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງວຽງຈັນ, ໄຊສົມບູນ ແລະ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT-EN ຂອງ Red list of IUCN.
  5. ໝາຍເຫດ: ໄມ້ເລັນເລ່ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບ ຄ້າຍຄືເກັດ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

https://fdocuments.in/reader/full/conifers-of-vietnam

https://www.google.com/search?q=Calocedrus+macrolepis

https://padme.rbge.org.uk/laos/list/Cupressaceae

https://www.iucnredlist.org/search?query=Calocedrus%20macrolepis%20

https://www.researchgate.net/publication/275464908_Gymnosperms_of_Laos

Leave a Reply

Your email address will not be published. Required fields are marked *