ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0266
  2. ຊື່ລາວ: ໄມ້ຮິ້ງ​ເກັດໜາມຈີນ, ໄມ້ໂລ່ງເລ່ງໃບຫາງນົກຍຸງ
  3. ຊື່ວິທະຍາສາດ: Cunninghamia lanceolata (Lamb.) Hook.
  4. ຕະກຸນ: CUPRESSACEAE
  5. ຊື່ການຄ້າ: HING KET NAM CHIN (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຮິ້ງເກັດໜາມຈີນ ເປັນໄມ້ຢືນຕົ້ນ, ສູງເຖິງ 50 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກສີເຖົ່າເຂັ້ມ ຫາ ສີນໍ້າຕານເຂັ້ມ, ແຕກເປັນຮອຍຕາມທາງຍາວ, ແຕກເປັນແຜ່ນທີ່ບໍ່ສະໝໍ່າສະເໝີກັນ. ໃບ ສີຂຽວເຂັ້ມ, ເຫຼື້ອມຕາມແກນກາງໃບ, ຮູບຫອກແຄບ, ຊື່ ຫຼື ຄ້າຍຄືຮູບກ່ຽວ, ມີປີກແປຍາວຕາມແກນກາງຈົນສຸດ, ມີຕ່ອມອາກາດປະກົດຂຶ້ນທັງສອງດ້ານ, ມີແປ້ງສີຂາວ ຫຼື ບາງຄັ້ງກໍ່ບໍ່ມີ, ກົກໃບຕັດ, ຂອບໃບຢັກຮູບແຂ້ວ, ໂດຍສະເພາະຕົ້ນແກ່ມີ ແຂ້ວ 18-55 ແຂ້ວໃນແຕ່ລະຂ້າງ, ປາຍໃບ ປົກກະຕິສົມມາດ ແລະ ໝູນເປັນກຽວ. ໂຄນ ໂຄນເກສອນຜູ້ ເປັນກຸ່ມຢູ່ປາຍ 1-3 ອັນ, ຮູບໄຂ່ກວ້າງ, ແຕ່ລະກຸ່ມມີ 8-20 ໂຄນ, ບາງຄັ້ງມີ 2-3 ອັນອ້ອມຮອບໂຄນແກ່ນ, ໂຄນຮູບຂອບຂະໜານແຄບ.  ແກ່ນ ສີນໍ້າຕານເຂັ້ມ, ຮູບຂອບຂະໜານ ຫຼື ຮູບໄຂ່ແຄບ, ມີປີກແຄບຢູ່ດ້ານຂ້າງ.

ເນື້ອໄມ້ຮິ້ງເກັດໜາມຈີນ ມີສີນໍ້າຕານ ຫຼື ນໍ້າຕານແກມເທົາ ມອກແ ລະແກນໄມ້ມີສີຕ່າງກັນ ສ້ຽນຊື່ ເນື້ອໄມ້ລະອຽດ, ມີວົງປີຊັດເຈນ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore), Ray exclusively uiniseriate (ເປັນເຣແຖວດຽວທັງໝົດ) ມີສານ Deposit ແຊກຢູ່ໃນເສັ້ນເຣ ແລະ ພາເຣງຄິມາແບບ Diffuse ແລະ Tangentially zonate axial parenchyma.

  1. ການນໍາໃຊ້: ເນື້ອໄມ້ມີຄວາມທົນທານຕໍ່ການເນົ່າເປື່ອຍ ແລະ ປວກ, ນຳໃຊ້ງ່າຍ ແລະ ຂ້ອນຂ້າງໄວ, ໃຊ້ສຳຫຼັບວຽກກໍ່ສ້າງເຮືອນ, ຂົວ, ເຮືອ, ເສົາໄຟຟ້າ, ເຄື່ອງຕົບແຕ່ງ ແລະ ເສັ້ນໄຍ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຮິ້ງເກັດໜາມຈີນ ເປັນໄມ້ທີ່ພົບເຫັນໃນປ່າປະສົມໃບກວ້າງ ຫຼື ປ່າຍ່ອມນ້ອຍ, ປ່າເນີນພູຫີນ, ຂ້າງຖະໜົນ, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖິງ 200-2800 ມ.
  3. ການກະຈາຍພັນ: ຈີນ, ຫວຽດນາມ, ກຳຢູເຈຍ, ສໍາລັບ ສປປ ລາວ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຮິ້ງເກັດ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບ ປາຍໃບແຫຼມຄ້າຍຄືໜາມ, ມີແຖບປາກໃບສີຂາວ ໂດຍສະເພາະຕົ້ນທີ່ຢູ່ຮົ່ມ ແລະ ຕົ້ນອ່ອນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

http://www.efloras.org/florataxon.aspx?flora_id=2&taxon_id=200005394

https://www.google.com/search?q=Cunninghamia+lanceolata

https://padme.rbge.org.uk/laos/list/Cupressaceae

https://www.iucnredlist.org/search?query=Cunninghamia%20lanceolata&searchType=species

Leave a Reply

Your email address will not be published. Required fields are marked *