ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0382
  2. ຊື່ລາວ: ວິກ​ໃບ​ຮູບ​ຫອກ
  3. ຊື່ວິທະຍາສາດ: Eucalyptus pellita Muell.
  4. ຕະກຸນ: MYRTACEAE
  5. ຊື່ການຄ້າ: VIK BAI HOB HOK
  6. ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)

ໄມ້ວິກ​ໃບ​ຮູບ​ຫອກສູງເຖິງ 15 ມ. ເປືອກລໍາຕົ້ນ ສີດໍາປົນສີນໍ້າຕານ, ເປືອກລໍາຕົ້ນເປັນເກັດຕິດທົນ, ທຸກພາກສວນມີກິ່ນຫອມ. ໃບດ່ຽວ ອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກ ຫາ ຮູບໄຂ່, ແຜນໃບແກ່ຮູບໃບຫອກ, ປາຍໃບຮຽວແຫຼມ ແລະ ໂຄ້ງ,​ ຂອບໃບລຽບ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ດ້ານເທິງສີຂຽວ, ດ້ານລຸ່ມສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວປົນສີເຫຼືອງ. ຊໍ່ດອກດ່ຽວດອກກົມ. ປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, 3-8 ດອກ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍສັ້ນດ້ານປາຍແຫຼມ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ ເຕົ້້າໄຂ່ຢູ່ລະຫວ່າງກາງ. ໝາກກົມ ໝາກແກ່ປາຍໝາກແຫ້ງແລ້ວແຕກ.

ເນື້ອໄມ້ໂດຍທົ່ວໄປແລ້ວມີສີແດງ ຫຼືສີແດງເຂັ້ມ, ເນື້ອໄມ້ຂ້ອນຂ້າງຫຍາບຊາ, ສ້ຽນຊື່, ຄວາມ​ຫນາ​ແຫນ້ນ​ຂອງ 995 kg/m3 ທີ່​ຄວາມ​ຊຸ່ມ 12​% ເນື້ອ​ໃນ​, 8,5 ປີ​.

ລັກສະນະໂຄງສ້າງລະອຽດເນື້ອໄມ້: ໄມ້ຈະສະແດງເສັ້ນຢາງໜຽວໜາແຫນ້ນເປັນບາງຄັ້ງຄາວ. ໂດຍທົ່ວໄປແລ້ວບໍ່ມີວົງການຂະຫຍາຍຕົວ (no growth rings), ແຕ່ບາງຕົວຢ່າງອາດຈະມີແນວໂນ້ມທີ່ຈະສະແດງໃຫ້ເຫັຂະຫນາດກາງ, ຈຸລັງ vessels ດ່ຽວ, ການຮຽງຕົວແບບດ່ຽວ Solitary ຈັດລຽງຢູ່ໃນກະແຈກກະຈາຍຮູບແບບ  diffuse patterns, ໂດຍສະເພາະຢ່າງເຫັນໄດ້ຊັດເຈນໃນດ້ານຕາມລວງຍາວ. ໄມ້ອາດມີຂີ້ຢາງໜຽວທີ່ມືດ. ລັງສີ (ray)ຢູ່ໃນໄມ້ແມ່ນດີຫຼາຍ ແລະ ເບິ່ງເຫັນໄດ້ດ້ວຍເລນເທົ່ານັ້ນ.

  1. ການນໍາໃຊ້ໄມ້ວິກ​ໃບ​ຮູບ​ຫອກເປັນໄມ້ເສດຖະກິດທີ່ນໍາເຂົ້າມາປູກ ທີ່ໃຊ້ໃນການກໍ່ສ້າງ,​ ເຮັດເຄື່ອງໃຊ້ເຟິນິເຈີ ແລະ ຍັງນໍາມາເຮັດເປັນໄຍກະດາດ. ປັດຈຸບັນແມ່ນມີການສົ່ງເສີມປູກເປັນໄມ່ເສດຖະກິນຢ່າງແພ່ຫຼາຍ ແລະ ຍັງນໍາໄປສະກັດເປັນຢາຫອມ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ວິກໃບຮູບຫອກສາມາດປູກໄດ້ທົ່ວໄປ ຕາມສວນ, ຫຼື ແຄມນາເຂົ້້າ.
  3. ການກະຈາຍພັນ: ມີຖິ່ນກໍາເນີດຢູ່ປະເທດອົດສະຕາລີ ແລະ ໄດ້ມີການນໍາມາປູກແພຫຼາຍໃນຂົງເຂດອາຊີຕາເວັນອອກສຽງໃຕ້.
  4. ສະພາບການອະນຸລັກ: IUCN Relist ໄດ້ຈັດຢູ່ໃນສະຖານະພາບ NT.
  5. ໝາຍເຫດ: ໄມ້ວິກໃບຮູບຫອກເປືອກລໍາຕົ້ນສີດໍາປົນສີນໍ້າຕານ, ເປືອກລໍາຕົ້ນຕິດທົນ, ທຸກພາກສວນມີກິ່ນຫອມ. ແຜນໃບຮູບໃບຫອກ ຫາ ຮູບໄຂ່, ແຜນໃບແກ່ຮູບໃບຫອກ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວ.
  6. ເອກະສານອ້າງອີງ:

A checklist of plants in Lao PDR. 2016. Korea National Arboretum of Korea forest service.

Chen, J. and  L. A. Craven. 2007. Myrtaceae. In Flora of China Vol. 13: 325.

http://powo.science.kew.org/taxon/593227-1

https://www.gbif.org/occurrence/3059136514#occurrencePage_media

https://www.google.com/search?q=Eucalyptus+pellita+F.Muell&client=firefox-b-

https://apps.lucidcentral.org/euclid/text/entities/eucalyptus_pellita.htm

https://www.google.com/search?q=Eucalyptus+pellita+F.Muell&client=firefox-b-d&sxsrf

http://www.francisfurniture.com.au/products/ourtimbers

Leave a Reply

Your email address will not be published. Required fields are marked *