ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ເລັນເລ່

ລະຫັດ: LT0144 ຊື່ລາວ: ເລັນເລ່ ຊື່ວິທະຍາສາດ: Calocedrus macrolepis Kurz ຕະກຸນ: CUPRESSACEAE ຊື່ການຄ້າ: LEN LE (LA), PAEK LOM (TH) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ເລັນເລ່ ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນ ຊື່, ແຕກກີ່ງງ່າງ່າຍ, ເຮືອນຍອດກວ້າງ. ເປືອກສີນໍ້າຕານ ຫາ ສີນໍ້າຕານອົມແດງ, ຕົ້ນອ່ອນເປືອກກ້ຽງ, ຕົ້ນແກ່ ເປືອກຫຍາບຊາ ແລະ ຮອຍແຕກຍາວ. ໃບ ຄ້າຍຄືເກັດ, ແປ, ຮຽງເປັນ 2 ຄູ່, ແຕ່ລະໃບຄູ່ໃນຈະແບນ ຫລື ແປ ແລະ ແນບກັບລຳຕົ້ນ, ໃບຄູ່ນອກຮູບເຮືອ, ປົກກະຕິປະກອບດ້ວຍແຜ່ນປ່ອງອາກາດຈະແຈ້ງ. ໂຄນ: […]