ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0381
  2. ຊື່ລາວ: ວິກ​ໃບ​​ແຄບ
  3. ຊື່ວິທະຍາສາດ: Eucalyptus camaldulensis
  4. ຕະກຸນ: MYRTACEAE
  5. ຊື່ການຄ້າ: VIK BAI KEB
  6. ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)

ໄມ້ວິກ​ໃບ​​ແຄບສູງເຖິງ 25 ມ. ເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າກົມ, ສີແດງປົນສີບົວ ຍ່ອນ ຫຼື ຫ້ອຍລົງ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ປາຍໃບແຫຼມ,​ ຂອບໃບລຽບ ສີແດງປົນສີບົວ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີແດງ. ຊໍ່ດອກ ກ້ານຊໍ່ດອກດ່ຽວກົມ, ປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, ມີ 5-11 ດອກ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍດ້ານປາຍມີສວນທີ່ຢືນຍາວອອກມາ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ ເຕົ້້າໄຂ່ຢູ່ລະຫວ່າງກາງ. ໝາກກົມ ໝາກແກ່ປາຍໝາກແຫ້ງແລ້ວແຕກ.

ລັກສະນະໂຄງສ້າງລະອຽດເນື້ອໄມ້:ຈຸລັງ Vessels ການກະຈາຍເປັນແບບ diffuse-porous; Rays ຄວາມກວ້າງຂອງ ray  1–3 cells; 104: ຈຸລັງ ray ທັງຫມົດ procumbent; (106: ຈຸລັງ ray ຂອງຮ່າງກາຍ procumbent ກັບຫນຶ່ງແຖວຂອງ upright ແລະ/ຫຼື ຈຸລັງຂອບສີ່ຫຼ່ຽມ); 116: ≥ 12 ຈຸລັງ ray ຕໍ່ມມ.

  1. ການນໍາໃຊ້: ໄມ້ວິກໃບແຄບເປັນໄມ້ເສດຖະກິດທີ່ນໍາເຂົ້າມາປູກ ທີ່ໃຊ້ໃນການກໍ່ສ້າງ,​ ເຮັດເຄື່ອງໃຊ້ເຟິນິເຈີ ແລະ ຍັງນໍາມາເຮັດເປັນໄຍກະດາດ. ປັດຈຸບັນແມ່ນມີການສົ່ງເສີມປູກເປັນໄມ່ເສດຖະກິນຢ່າງແພ່ຫຼາຍ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ວິກໃບແຄບສາມາດປູກໄດ້ທົ່ວໄປ ຕາມສວນ ຫຼື ແຄມນາເຂົ້້າ.
  3. ການກະຈາຍພັນ: ປະເທດຈີນ, ດິນເດຍ, ກໍາປູເຈຍ, ອິນໂດເນເຊຍ, ມະເລເຊຍ, ໄທ, ແລະ ສປປ ລາວ.
  4. ສະພາບການອະນຸລັກ: IUCN Relist ໄດ້ຈັດຢູ່ໃນສະຖານະພາບ NT.
  5. ໝາຍເຫດ: ໄມ້ວິກໃບແຄບເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າສີແດງປົນສີບົວ. ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ແຜນໃບສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ເສັ້ນກາງໃບສີແດງ. ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍດ້ານປາຍມີສວນທີ່ຢືນຍາວອອກມາ.
  6. ເອກະສານອ້າງອີງ:

A checklist of plants in Lao PDR. 2016. Korea National Arboretum of Korea forest service.

Chen, J. and  L. A. Craven. 2007. Myrtaceae. In Flora of China Vol. 13: 326.

https://www.gbif.org/occurrence/3039303065#occurrencePage_media

https://www.gbif.org/occurrence/912245696#occurrencePage_media

https://www.gbif.org/occurrence/3044769265#occurrencePage_media

https://www.iucnredlist.org/search?query=Diospyros%20mun%20&searchType=species

http://www.plantsoftheworldonline.org/taxon/urn:lsid:ipni.org:names:592777-1

https://floraofgibraltar.myspecies.info/dicots/eucalyptus-camaldulensis-dehnh

https://en.wikipedia.org/wiki/Eucalyptus_camaldulensis

https://uses.plantnet-project.org/en/Eucalyptus_camaldulensis_(PROTA)

River Red Gum

 

Leave a Reply

Your email address will not be published. Required fields are marked *