ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0648
  2. ຊື່ລາວ: ແດງນໍ້າ, ກວາງຊີ
  3. ຊື່ວິທະຍາສາດ: Pometia pinnata R.Forst. & G.Forst..
  4. ຕະກຸນ: SAPINDACEAE
  5. ຊື່ການຄ້າ: DAENG NAM (LA), FIJIAN LONGAN (TH), KASAI (BN,MY), MATOA (ID)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ແດງນໍ້າ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 30 ມ. ລຳຕົ້ນ ກົມ, ຊື່, ເຮືອນຍອດເປີດ, ມີພຶງເລັກນ້ອຍ, ເປືອກນອກ ສີນໍ້າຕານປົນສີສົ້ມ, ເປືອກຂ້ອນຂ້າງກ້ຽງ, ປົກກະຕິແຕກເປັນເກັດບາງໆ, ເປືອກໃນສີສົ້ມຈືດ, ມີຢາງສີແດງ. ໃບ ໃບປະສົມຂົນນົກປາຍຄູ່, ຈັບແບບຮຽງສະຫຼັບຮອບກີ່ງ, ໃບຍ່ອຍ ຮຽງກົງກັນຂ້າມ,  ຮູບໄຂ່ແຄບ ຫຼື ຮູບ ຫອກ, ກົກໃບຮູບຫົວໃຈ, ປາຍໃບແຫລມ, ຂອບໃບຢັກ, ໃບອ່ອນສີແດງ ປົນມ່ວງ, ມີຂົນສີນໍ້າຕານປົກຄຸມຢ່າງດົກໜາ. ຊໍ່ດອກ ແບບ ຫາງກະຮອກ, ອອກຕາມງ່າມໃບ ສ່ວນປາຍຂອງກີ່ງ. ດອກ ສີຂຽວປົນສີສົ້ມ, ກາບດອກ ມີ 4-5 ອັນ, ຮູບສາມຫຼ່ຽມ, ກົກກາບເຊື່ອມຕິດກັນ, ຂ້າງນອກມີຂົນ, ກີບດອກມີ 4-5 ອັນ, ຂະໜາດນ້ອຍກວ່າກາບດອກ, ເກສອນຜູ້ ມີ 5-6 ອັນ, ສີແດງປົນ, ເຕົ້າໄຂ່ຈັບເທິງຖານດອກ, ມີສອງແສກ. ໝາກ  ຮູບມົນກົມ, ສຸກສີແດງ, ກ້ຽງ, ເນື້ອນວນໜາ. ແກ່ນ ໃຫຍ່ ມີແກ່ນດຽວ, ສີເຫຼືອງ.

ເນື້ອໄມ້ກວາງແດງມີສີນໍ້າຕານ ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງຫຍາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດ (Multiple pore),  ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ມີສານແຊກແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບອ້ອມຮອບພໍຣ໌ (Vasicentric Parenchyma).

  1. ການນໍາໃຊ້: ເນື້ອໄມ້ໃຊ້ສຳລັບກໍ່ສ້າງທົ່ວໄປ, ໄມ້ອັດ, ເຮັດກໍາປັ່ນ, ເຮືອ, ດ້າມເຄື່ອງມື, ເຄື່ອງໃຊ້ດ້ານການກະສິກຳ ແລະ ກິລາ, ເຮັດກັບ ແລະ ກະຕ່າ, ເຮັດຕູ້, ເຄື່ອງຕົບແຕ່ງພາຍໃນ. ໝາກກິນໄດ້, ລົດຫວານ, ກິ່ນຫອມ, ແກ່ນມີນຳ້ມັນສາມາດກິນໄດ້ຫຼັງຈາກຕົ້ມ ຫຼື ຂົ້ວ. ນອກນັ້ນໝາກໃຊ້ເປັນຢາສະໝູນໄພປິ່ນປົວກະດູກ, ເຈັບຫົວ, ຂັບໄລ່ແຫ່ຫຼັງເກີດລູກ, ບັນເທົາປວດກ້າມຊີ້ນ, ຄໍ່ກະດູກ, ແກ້ໄຂ້, ທ້ອງຖອກ, ໄອ ແລະ ກະເພາະ, ໃບ ແລະ ເປືອກຕົ້ມເປັນຢາແກ້ໄຂ້ ແລະ ແຜ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ມັກພົບເຫັນໃນປ່າດົງດິບ, ເຂດພື້ນທີ່ຊຸ່ມ, ແຄມນໍ້າ, ປ່າດີນທາມ, ປົກກະຕິພົບເຫັນໃນປ່າເຂດຕໍ່າ, ຊັ້ນດິນເລີກ. ປົກກະຕິພົບເຫັນໃນລະດັບຄວາມສູງຈາກລະດັບໜ້ານໍ້າທະເລຕໍ່າກວ່າ 500 ມ, ແຕ່ບາງຄັ້ງພົບເຫັນ ໃນລະດັບຄວາມສູງ 1700 ມ.
  3. ການກະຈາຍພັນ: ພາກຕາເວັນອອກຂອງອາຊີ, ອິນເດຍ, ມາເລເຊຍ ຫາ ເກາະປາຊີຟິກ. ສຳລັບ ສປປ ລາວ ພົບເຫັນໃນແຂວງບໍ່ແກ້ວ, ຫົວພັນ, ຫຼວງພະບາງ, ວຽງຈັນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ເປັນໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ມີ ກົກໃບຮູບຫົວໃຈ, ຂອບໃບຢັກ, ໃບອ່ອນສີ ແດງ ປົນມ່ວງ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://www.iucnredlist.org/search?query=Pometia%20pinnata&searchType=species

https://padme.rbge.org.uk/laos/list/Anacardiaceae

https://www.google.com/search?q=Pometia+pinnata+wood&sa

https://www.google.com/search?q=pometia+pinnata+uses

http://tropical.theferns.info/viewtropical.php?id=Pometia+pinnata

Leave a Reply

Your email address will not be published. Required fields are marked *