ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0233
  2. ຊື່ລາວ: ຍົມຫີນ
  3. ຊື່ວິທະຍາສາດ: Chukrasia tabularis Juss.
  4. ຕະກຸນ: MELIACEAE
  5. ຊື່ການຄ້າ:  YOM HIN (LA),  CHICRASSY (VN), CHITTAGONG WOOD (TH), LAT HOA (VN), SURIAN BATU (MY,VN), VORYAUNG (KH), YINMA (MM), YOMHIN (VN)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຍົມຫີນ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 35 ມ. ລຳຕົ້ນ ຊື່, ກົມ, ເປືອກ ນອກສີນໍ້າຕານເຂັ້ມ, ແຕກເປັນຮ່ອງຕາມທາງຍາວ, ເປືອກໃນ ສີແດງ. ໃບ ໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ໃບຍ່ອຍ ຈັບແບບຮຽງສະຫຼັບ ຫຼື ເກືອບກົງກັນຂ້າມ, ຮູບໄຂ່ແຄບ, ກົກໃບບ້ຽວ, ປາຍໃບຮຽວແຫລມ, ຂອບໃບແກ່ລຽບ. ຊໍ່ດອກ ແຕກຂະແໜງ, ອອກຕາມງ່າມໃບ, ດອກ ສີເຫຼືອງຈືດ, ກາບດອກ 5 ກາບ, ມີຂົນສີນໍ້າຕານປົກຄຸມດົກໜາ,  ກີບດອກ ແຄບ, 4-5 ກີບ,  ປາຍກີບໂຄ້ງກັບເລັກນ້ອຍ, ເກສອນຜູ້ມີ 10 ອັນ, ເປັນຫຼອດຮູບທໍ່ກົມ, ສ່ວນປາຍຂ້ອນຂ້າງແຄບ. ໝາກ  ຮູບໄຂ່, ໝາກອ່ອນ ສີເຫຼືອງປົນເຖົ່າ, ມີຂົນປົກຄມເລັກນ້ອຍ, ໝາກແກ່ ເປັນຮອຍຫ່ຽວ, ແຕກເປັນ 3 ສ່ວນ. ແກ່ນ ມີປີກ.

ເນື້ອໄມ້​ຍົມ​ຫີນໃນ​ເຂດມອກ​ໄມ້​ມີ​ສີ​ນໍ້​າຕານ​ອ່ອນ​, ແກນ​ໄມ້​ມີ​ສີ​ນໍ້​ຕານ​ອອກ​ເຫຼືອງ​ເມື່ອ​ນໍ​າໄປ​ແປ​ຮູບ​ໄມ້​ມີ​ສີ​ນໍ້າ​ຕານ​ອອກ​ເຫຼືອງ ແລະ ປຽນ​ເປັນ​ສີ​ນໍ້​ຕານ​ເຂັ້ມ​ເມື່ອ​ແຫ້ງ ເນື້ອ​ໄມ້​​ມີ​ຄວາມລະ​ອຽດ​ສະ​ໝໍ່​ສະ​ເໝີ ສ້ຽນ​ສົນ​ເລັກ​ນ້ອຍ, ດ້ານ​ຂ້າງ​ຕາມ​ລວງ​ກວ້າງ​ຂອງ​ແຜ່ນ​ໄມ້​ພົບ​ເປັນ​ຮອຍ​ເສັ້ນ​ເປັນ​ຊ່ວງ ຫຼື ເປັນ​ໄລ​ຍະ ເກີດ​ຈາກ​ຊ່ວງ​ຂອງວົງ​ປີ​ທີ່​ມີ Therminal parenchyma ໃນ​ເຂດມອກ​ໄມ້​ຍົມ​ຫີນ.ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ, ວົງ​ປີ​​ເຫັນ​ຂອບ​ເຂດ​ຊັດ​ເຈນ (Growth ring boundaries distinct) ການ​ກະ​ຈາຍ​ຂອງພໍຣ໌ (Pore) ມີ​ລັກ​ສະ​ນະ​ກະ​ແຈກ​ກະ​ຈາຍ​ສະ​ໝ່ຳ​ສະ​ເໝີ  (Diffuse porous), ຮຽງ​ຕົວເປັນແບບ​ດ່ຽວ (Solitary) ແລະ ​ແບບຄູ່ (Radial multiple,  ພາຍໃນພໍຣ໌ (Pore)  ມີສານສະກັດ 2 ຊະ​ນິດ​ຄື:  Tylose ແລະ ນໍ້າ​ຢາງ Gummy (deposit) ບັນ​ຈຸ​ຢູ່ໃນ​ບາງ​ຈຸ​ລັງ. ມີ ເຣທີ່ມີແຖວດຽວ ແລະ ເຣທີ່ມີ3-10 seriate ເປັນ Procumbent ແລະ ດ້ານນອກມີ upright or square ray ທັງໝົດ,  ການຮຽງຕົວ​ຂອງຈຸລັງ Parenchyma ​ມີ 3 ແບບ​ຄື: Axial parenchyma scanty paratracheal, ແບບ​ອ້ອມ​ຮອບກັບ​ຈຸ​ລັງ Vessels.  (vasicentric  Parenchyma) ​ແລະ Parenchyma ​ເກີດ​ເປັນ​ແຖບ ຫຼື  ເປັນ​ແຖວ(ມີຄວາມກ້ວາງຫຼາຍກ່ວາ 4 ຈຸລັງ ​ໃນ​ທ້າຍ​ລະ​ດູ (terminal parenchyma).

  1. ການນໍາໃຊ້: ເນື້ອໄມ້ໃຊ້ສຳລັບວຽກງານກໍ່ສ້າງທົ່ວໄປ, ເຮືອ, ກຳປັ່ນ, ໝອນລາງລົດໄຟ, ເຮັດເຄື່ອງຕົບແຕ່ງພາຍໃນ, ເຄື່ອງດົນຕີ, ໄມ້ອັດ, ໄມ້ຝານ, ແກະສະຫຼັກ ແລະ ເຫຍື່ອຍເຈັ້ຍ, ເປືອກໃຊ້ເປັນຢາພື້ນເມືອງ, ດອກໃຊ້ເຮັດສີເຫຼືອງຍ້ອມຜ້າ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຍົມຫີນພົບເຫັນໃນປ່າພູຫີນປູນ, ປ່າດົງດິບ, ປ່າປະສົມ, ປ່າລຽບແຄມນໍ້າ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 150 – 800 ມ.
  3. ການກະຈາຍພັນ: ສີລັງກາ, ອິນເດຍ, ເນປ່ານ, ມ້ຽນມ່າ, ຈີນ, ໄທ, ຫວຽດນາມ, ກໍາປູເຈຍ, ຍີ່ປຸ່ນ, ມາເລເຊຍ. ອິນໂດເນເຊຍ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງ ເປືອກນອກ ສີນໍ້າຕານເຂັ້ມ, ເປືອກໃນ ສີແດງ ໃບສັ້ນແຕ່ກວ້າງກວ່າຍົມຊະນິດອື່ນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and Plants For Forestry of Central Laos

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://www.google.com/search?q=chukrasia%20tabularis%20fruit

https://www.iucnredlist.org/search?query=Chukrasia%20tabularis&searchType=species

Leave a Reply

Your email address will not be published. Required fields are marked *