ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ຍົມຫີນ

ລະຫັດ: LT0233 ຊື່ລາວ: ຍົມຫີນ ຊື່ວິທະຍາສາດ: Chukrasia tabularis Juss. ຕະກຸນ: MELIACEAE ຊື່ການຄ້າ:  YOM HIN (LA),  CHICRASSY (VN), CHITTAGONG WOOD (TH), LAT HOA (VN), SURIAN BATU (MY,VN), VORYAUNG (KH), YINMA (MM), YOMHIN (VN) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຍົມຫີນ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 35 ມ. ລຳຕົ້ນ ຊື່, ກົມ, ເປືອກ ນອກສີນໍ້າຕານເຂັ້ມ, ແຕກເປັນຮ່ອງຕາມທາງຍາວ, ເປືອກໃນ ສີແດງ. ໃບ ໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ໃບຍ່ອຍ ຈັບແບບຮຽງສະຫຼັບ […]