ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0224
  2. ຊື່ລາວ: ຂາມປ້ອມແດງໃບສີ່ແສກ
  3. ຊື່ວິທະຍາສາດ: Cephalotaxus oliveri
  4. ຕະກຸນ: TAXACEAE
  5. ຊື່ການຄ້າ: KHAM POM DENG BAI SI SAEK (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຂາມປ້ອມແດງໃບສີ່ແສກ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີຂະໜາດນ້ອຍ ສູງພຽງແຕ່ 4 ມ. ລຳຕົ້ນ ຊື່, ເປືອກ ເປັນເກັດ, ສີເຫຼືອງ ຫຼື ສີນໍ້າຕານປົນ ສີຂີ້ເຖົ່າ. ໃບ ແຄບຍາວ ຫາ ຮູບຫອກ, ມີລັກສະນະເປັນໜັງ, ຈັບເປັນມູມ 55 ໍ- 70 ໍ ກັບແກນກີ່ງງ່າຂ້າງ, ມີແຖບປ່ອງອາກາດປົກຄຸມພື້ນຜີວເບື້ອງລຸ່ມ. ໂຄນແກ່ນ ອອກດ່ຽວ. ແກ່ນ ຮູບໄຂ່ປີ້ນ, ຮູບໄຂ່, ແຕ່ສ່ວນຫຼາຍຮູບມົນກົມ.

 

ເນື້ອໄມ້ຂາມປ້ອມໃບສີ່ແຊກ ​ມອກ​ໄມ້ ແລະ ແກນ​ໄມ້​ມີ​ສີ​ຄ້າຍ​ຄື​ກັນ ມີນ້ຳ​ຕານ ຫຼື ນໍ້າຕານແກມເທົາ ເມື່ອ​ປະ​ໃຫ້​ແຫ້ງໄມ້​ຈະ​ມີ​ສີ​ເຫຼືອງສີເຫຼືອງແກມເທົາ. ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ລະອຽດ, ເຫັນຂອບເຂດວົງປີຊັດເຈນ (Ringe porous). ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ສານສະກັດ Tylose,  ການກະຈາຍເປັນແບບມີວົງປີ, ພໍຣ໌ມີຂະໜາດນ້ອຍ ແລະ ມີສານສະກັດ ແບບ tylose, Rays exclusively uniseriate, ຄວາມສູງສະເລ່ຍມີຕໍ່າປະມານ 4 ຈຸງລັງລົງມາ, ພາເຣງຄິມາ ແບບ Diffuse axial parenchyma.

  1. ການນໍາໃຊ້: ເນື້ອໄມ້ ມີຄຸນນະພາບ, ທົນທານຕໍ່ປວກ ແລະ ແມງໄມ້. ໃຊ້ເຮັດດ້າມເຄື່ອງມື, ຫັດຖະກຳ, ເຄື່ອງຕົບແຕ່ງພາຍໃນ. ແກ່ນໃຊ້ເປັນຢາພື້ນເມືອງທີ່ມີຄຸນນະພາບດີ, ເປືອກໃຊ້ ແກ້ໄຂ້, ຢາຕ້ານມະເລັງ. ນອກຈາກນັ້ນຍັງປູກເປັນໄມ້ປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ ພົບເຫັນໃນປ່າໄມ້ໃບເຂັມ, ປ່າໄມ້ໃບກວ້າງ ແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 300-1800 ມ.
  3. ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ຈີນ, ຫວຽດນາມ, ໄທ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດໄມ້ທີ່ກໍາລັງຖືກຄຸຸກຄາມ VU ຂອງ Red list of IUCN.
  5. ໝາຍເຫດ: ໃບ ແຄບຍາວ ຫາ ຮູບຫອກ, ມີລັກສະນະເປັນໜັງ, ຈັບເປັນມູມ 55 ໍ- 70 ໍ ກັບແກນກີ່ງງ່າຂ້າງ, ມີແຖບປ່ອງອາກາດປົກຄຸມພື້ນຜີວເບື້ອງລຸ່ມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

https://conifersociety.org/conifers/cephalotaxus-oliveri

https://www.iucnredlist.org/search?query=Cephalotaxus%20oliveri

Jiang Xiaomei. 2010. Atlas of Gymnosperms Woods of China. Science Press. ISBN-9787030261380

 

Leave a Reply

Your email address will not be published. Required fields are marked *