ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ຂາມປ້ອມແດງໃບສີ່ແສກ

ລະຫັດ: LT0224 ຊື່ລາວ: ຂາມປ້ອມແດງໃບສີ່ແສກ ຊື່ວິທະຍາສາດ: Cephalotaxus oliveri ຕະກຸນ: TAXACEAE ຊື່ການຄ້າ: KHAM POM DENG BAI SI SAEK (LA) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຂາມປ້ອມແດງໃບສີ່ແສກ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີຂະໜາດນ້ອຍ ສູງພຽງແຕ່ 4 ມ. ລຳຕົ້ນ ຊື່, ເປືອກ ເປັນເກັດ, ສີເຫຼືອງ ຫຼື ສີນໍ້າຕານປົນ ສີຂີ້ເຖົ່າ. ໃບ ແຄບຍາວ ຫາ ຮູບຫອກ, ມີລັກສະນະເປັນໜັງ, ຈັບເປັນມູມ 55 ໍ- 70 ໍ ກັບແກນກີ່ງງ່າຂ້າງ, ມີແຖບປ່ອງອາກາດປົກຄຸມພື້ນຜີວເບື້ອງລຸ່ມ. ໂຄນແກ່ນ ອອກດ່ຽວ. ແກ່ນ ຮູບໄຂ່ປີ້ນ, ຮູບໄຂ່, ແຕ່ສ່ວນຫຼາຍຮູບມົນກົມ. […]