ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0223
  2. ຊື່ລາວ: ຂາມປ້ອມແດງໃບສອງແສກ
  3. ຊື່ວິທະຍາສາດ: Cephalotaxus manniif.
  4. ຕະກຸນ: TAXACEAE
  5. ຊື່ການຄ້າ: KHAM POM DENG BAI SONG SAEK (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ຂາມປ້ອມແດງໃບສອງແສກ ເປັນໄມ້ຢືນຕົ້ນສູງເຖິງ 20 ມ ມີໜ້ອຍສູງເຖີງ 30 ມ, ເຮືອນຍອດແຄບ. ລຳຕົ້ນ ຊື່, ຮູບທໍ່ກົມ. ເປືອກ ສີນໍ້າຕານຈືດ ຫຼື ສີນໍ້າຕານປົນແດງ, ເປືອກລອກເປັນແຜ່ນບາງໆ. ໃບ ແຄບຍາວ ຫຼື ຮູບຫອກ, ບາງຄັ້ງຮູບໂຄ້ງເລັກນ້ອຍ, ລຽງກົງກັນຂ້າມ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວ ຢູ່ສອງຟາກຂ້າງຂອງເສັ້ນກາງໃບ, ຍາວຂະໜານກັບຂອບໃບ ແຕ່ກົກຫາປາຍໃບ, ຂອບໃບລຽບ, ປາຍໃບຕິ່ງແຫຼມ ຫຼື ຕິ່ງໜາມ. ໂຄນ ແບບຕ່າງເພດຢູ່ຕ່າງຕົ້ນກັນ, ໂຄນເພດແມ່ ອອກດ່ຽວ ຫຼື ເກີດຮ່ວມກັນ 2-3 ອັນ, ໂຄນອ່ອນສີຂຽວ, ໂຄນແກ່ສີແດງ. ໂຄນເພດຜູ້ ຈະນ້ອຍ, ຮູບຮ່າງມົນ, ລວມກັນເປັນກຸ່ມຕາມງ່າມໃບ, 6-8 ອັນ. ແກ່ນ ຮູບໄຂ່ປີ້ນ ຫຼື ຮູບສ້ວຍ, ປາຍແຫຼມ.

ເນື້ອໄມ້ຂາມປ້ອມໃບສອງແຊກ ມີສີເທົາແກມ​ແດງ​​ ຫຼື ສີເທົາແກມນໍ້າຕານໄໝ້, ຂອບເຂດວົງປີບໍ່ເຫັນ ເປັນປະເພດ Diffuse porous ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ  ມີຂະໜາດໃຫຍ່, ຮຽງຕົວເປັນເສັ້ນສະຫຼຽງ (Solitary pore outline angular), Simple perforation plate ພາຍໃນມັກພົບເຫັນມີສານສະກັດ Tylose, ແລະ ຍັງພົບເຫັນ Gum ແລະ Deposite ອື່ນໆບັນ​ຈຸ​ຢູ່​ໃນ​ບາງພໍຣ໌,  ເສັ້ນ (Ray) ເຫັນເປັນເສັ້ນແລບໆຊັດເຈນຍາວຕິດຕໍ່ກັນ ສ່ວນໃຫຍ່ຈະມີ 4-10ແຖວ ຄວາມສູງຫຼາຍກ່ວາ 1 ມິນລີແມັດ, ມີ Procumbent ray  ແລະ ມີຫຼາຍກ່ວາ 4 ແຖວ ເປັນ Upright ແລະ ຫຼື square ray ຢູ່ທາງສອງຂອບ, ມີ Prismatic crystals in upright and / or square ray cells ພາເຣງຄິມາ (Parenchyma)ມີແບບ Scanty paratrachieal ມີແບບເປັນເສັ້ນ ແບບແບບຕາໜ່າງແຫ (Reticulate parenchyma), ປະກົດມີ Septate fiber.

  1. ການນໍາໃຊ້: ເນື້ອໄມ້ ມີຄຸນນະພາບ, ທົນທານຕໍ່ປວກ ແລະ ແມງໄມ້. ໃຊ້ເຮັດດ້າມເຄື່ອງມື, ຫັດຖະກຳ, ເຄື່ອງຕົບແຕ່ງພາຍໃນ. ແກ່ນໃຊ້ເປັນຢາພື້ນເມືອງທີ່ມີຄຸນນະພາບດີ, ເປືອກໃຊ້ ແກ້ໄຂ້, ຢາຕ້ານມະເລັງ. ນອກຈາກນັ້ນຍັງປູກເປັນໄມ້ປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ ມັກເກີດແບບກະແຈກກະຈາຍໃນປ່າດົງດິບເຄິ່ງເຂດຮ້ອນ, ປ່າຫີນປູູນ, ດີນແຫ້ງແລ້ງ, ແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 500-1500 ມ.
  3. ການກະຈາຍພັນ: ພົບເຫັນໃນພາກໃຕ້ຂອງຈີນ, ຫວຽດນາມ, ມ້ຽນມ່າ, ໄທ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດໄມ້ທີ່ກໍາລັງຖືກຄຸຸກຄາມ VU ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວຢູ່ສອງຟາກຂ້າງຂອງເສັ້ນກາງໃບຍາວຂະໜານກັບຂອບໃບແຕ່ກົກຫາປາຍໃບ, ປາຍໃບຕິ່ງແຫຼມ ຫຼື ຕິ່ງໜາມ
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,  ລົງວັນທີ 6 ເມສາ 2021.

Conifers of Vietnam

Gymnosperms of Lao

https://threatenedconifers.rbge.org.uk/conifers/cephalotaxus-mannii

https://www.iucnredlist.org/search?query= Cephalotaxus%20mannii

https://www.google.com/search?q=Cephalotaxus+mannii

Leave a Reply

Your email address will not be published. Required fields are marked *