ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ຂາມປ້ອມແດງໃບສອງແສກ

ລະຫັດ: LT0223 ຊື່ລາວ: ຂາມປ້ອມແດງໃບສອງແສກ ຊື່ວິທະຍາສາດ: Cephalotaxus manniif. ຕະກຸນ: TAXACEAE ຊື່ການຄ້າ: KHAM POM DENG BAI SONG SAEK (LA) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຂາມປ້ອມແດງໃບສອງແສກ ເປັນໄມ້ຢືນຕົ້ນສູງເຖິງ 20 ມ ມີໜ້ອຍສູງເຖີງ 30 ມ, ເຮືອນຍອດແຄບ. ລຳຕົ້ນ ຊື່, ຮູບທໍ່ກົມ. ເປືອກ ສີນໍ້າຕານຈືດ ຫຼື ສີນໍ້າຕານປົນແດງ, ເປືອກລອກເປັນແຜ່ນບາງໆ. ໃບ ແຄບຍາວ ຫຼື ຮູບຫອກ, ບາງຄັ້ງຮູບໂຄ້ງເລັກນ້ອຍ, ລຽງກົງກັນຂ້າມ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວ ຢູ່ສອງຟາກຂ້າງຂອງເສັ້ນກາງໃບ, ຍາວຂະໜານກັບຂອບໃບ ແຕ່ກົກຫາປາຍໃບ, ຂອບໃບລຽບ, ປາຍໃບຕິ່ງແຫຼມ ຫຼື […]