ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0843
  2. ຊື່ລາວ: ຊີເປືອກບາງ
  3. ຊື່ວິທະຍາສາດ: Vatica harmandiana Pierre
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): RESAK (MY), XI PUAK BANG (LA)
    Common names:
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ເປັນໄມ້ຢືນຕົ້ນສູງ 15-20 ມ, ລຳຕົ້ນຊື່ດີ, ເປືອກສີໝົ່ນ ແລະ ແຕກເເປັນຮ່ອງ, ເປືອກຊັ້ນໃນສີນໍ້າຕານປົນແດງ ແລະ ມີນໍ້າຢາງສີຂາວ-ເຫຼືອງ. ກິ່ງ-ງ່າ ອ່ອນຫຸ້ມຫໍ່ດ້ວຍຂົນອ່ອນໆ ແລະ ສັ້ນ. ໃບ: ຮູບຂອບຂະໜານ ຫາ ຮູບສ້ວຍປາຍມົນ, ກົກໃບມົນ ຫຼື ເກືອບມົນ ປາຍສ້ວຍປາຍແຫຼມ; ໃບໜາ ແລະ ບໍ່ມີຂົນທັງສອງດ້ານ, ກ້ານໃບບໍ່ມີຂົນ. ດອກ: ຈັດເປັນພວງ, ດອກອອກສີຂາວ. ກາບດອກກາບໃຫຍ່ 2 ກາບ, ຮູບບຂອບຂະໜານ ປາຍສ້ວຍມູມແຫຼມ, ກາບນ້ອຍ 3 ກາບ, ກີບບດອກດ້ານນອກມີຂົນສັ້ນໆ. ໝາກ ມີຕິ່ງສັ້ນໆ ຢູ່ປາຍສຸດ, ປີກໝາກປີກໃຫຍ່ມີ 2 ປີກ ມີກ່າງເປັນໂຄ້ງຕາມແຄມຂອງປີກ, ປີກນ້ອຍ 3 ປີກ. ການອອກໝາກ: ເດືືອນພືດສະພາ.

ມອກໄມ້ ແລະ ແກນໄມ້ມີຄວາມແຕກຕ່າງກັນ ມອກໄມ້ມີສີຈາງເຫຼືອງ ແກນໄມ້ມີສີນໍ້າຕານປົນເຫຼືອງເມືີ່ອແຫ້ງມີສີນໍ້າຕານເຂັ້ມຂຶ້ນ ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ກ້ຽງດີ ສະໝໍ່າສະເໝີ ເປັນໄມ້ສ້ຽນຫາສ້ຽນສົນເລັກນ້ອຍ. ຈຸລັງ Vessels ມີຂະໜາດປານກາງ ມີຈໍານວນຫລາຍກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ແລະ radial multiple. ຈຸລັງ Parenchyma ຮຽງຕົວແບບ Paratracheal scanty, Unilaterally.

  1. ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງເຮືອນ, ເຮັດຂົວ ແລະ ການປຸກສ້າງປະເພດຕ່າງ, ເປັນໄມ້ທີ່ທົນທານຕໍ່ກແດດ-ຝົນ ໄດ້ດີ.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ ເຂດລະດັບນໍ້າທະເລທີ່ຕໍ່າ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ກໍາປູເຈັຍ, ຫວຽດນາມ, ມາລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ສະຫວັນນະເຂດ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ DD ຂອງ Red list of IUCN.
  5. ໝາຍເຫດ: ຈໍາແນກໄດ້ງ່າຍ ໃບໜາ ແລະ ບໍ່ມີຂົນທັງສອງດ້ານ, ປີກໝາກປີກໃຫຍ່ມີ 2 ປີກ, ມີກ່າງເປັນໂຄ້ງຕາມແຄມຂອງປີກ, ປີກນ້ອຍມີ 3 ປີກ, ກ່າງຂັ້ນສອງ 6-10 ຄູ່, ບາງຄັ້ງມີເຖີງ 12 ຄູ່, ກ່າງຂັ້ນສາມຈັດເປັນຖີ່ໆ ເຫັນງ່າຍທັງສອງດ້ານຂອງໃບ.
  1. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Dipterocarpaceae/Shorea

http://www.plantsoftheworldonline.org/taxon/urn:lsid:ipni.org:names:321643-1

https://padme.rbge.org.uk/laos/list/Dipterocarpaceae/Vatica

https://herb.in.th/

Leave a Reply

Your email address will not be published. Required fields are marked *