ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ຮິ້ງ​ເກັດໜາມຈີນ

ລະຫັດ: LT0266 ຊື່ລາວ: ໄມ້ຮິ້ງ​ເກັດໜາມຈີນ, ໄມ້ໂລ່ງເລ່ງໃບຫາງນົກຍຸງ ຊື່ວິທະຍາສາດ: Cunninghamia lanceolata (Lamb.) Hook. ຕະກຸນ: CUPRESSACEAE ຊື່ການຄ້າ: HING KET NAM CHIN (LA) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຮິ້ງເກັດໜາມຈີນ ເປັນໄມ້ຢືນຕົ້ນ, ສູງເຖິງ 50 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກສີເຖົ່າເຂັ້ມ ຫາ ສີນໍ້າຕານເຂັ້ມ, ແຕກເປັນຮອຍຕາມທາງຍາວ, ແຕກເປັນແຜ່ນທີ່ບໍ່ສະໝໍ່າສະເໝີກັນ. ໃບ ສີຂຽວເຂັ້ມ, ເຫຼື້ອມຕາມແກນກາງໃບ, ຮູບຫອກແຄບ, ຊື່ ຫຼື ຄ້າຍຄືຮູບກ່ຽວ, ມີປີກແປຍາວຕາມແກນກາງຈົນສຸດ, ມີຕ່ອມອາກາດປະກົດຂຶ້ນທັງສອງດ້ານ, ມີແປ້ງສີຂາວ ຫຼື ບາງຄັ້ງກໍ່ບໍ່ມີ, ກົກໃບຕັດ, ຂອບໃບຢັກຮູບແຂ້ວ, ໂດຍສະເພາະຕົ້ນແກ່ມີ ແຂ້ວ […]