ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0875
  2. ຊື່ລາວ: ແດງ
  3. ຊື່ວິທະຍາສາດ: Xylia xylocarpa (Roxb.) W.Theob.
  4. ຕະກຸນ: FABACEAE
  5. ຊື່ການຄ້າ:  DEANG (LA), DANG (VN), IRONWOOD (TH), PYINKADO (MM), SOKRAM (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ໄມ້ແດງເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 40 ມ, ໃບອ່ອນສີນ້ຳຕານ. ລໍາຕົ້ນກົມ, ເປືອກສີນ້ຳຕານປົນສີຄີມ ຫຼື ອອກສີແດງ, ມີຕ່ອມເປັນຮອຍ. ຫູໃບເປັນເສັ້ນ, ຍາວ 3–4 ມມ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ມີໃບຍ່ອຍ 6–14 ໃບ, ຮູບໄຂ່ ຫຼື ຮູບຮີ, ຜົວໃບດ້ານເທີງກ້ຽງ, ຜິວໃບດ້ານລຸ່ມມີຂົນ. ຊໍ່ດອກແບບກະຈຸກກົມ. ດອກສີຂາວປົນສີເຫຼືອງອ່ອນ. ໝາກຮູບຮີ ຄ້າຍຄືມິດ. ແກ່ນຮູບຮີ, ສີນ້ຳຕານ.

ເນື້ອໄມ້ແດງ ມີສີແດງ ຫຼື ນໍ້າຕານອົມແດງ,  ສ້ຽນສົນເປັນຄື້ນເລັກນ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບຄູ່ແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບມີວົງປີ (Ring porous), ພໍຣ໌ມີຂະໜາດໃຫຍ່ສ່ວນໃຫຍ່ກະຈາຍໃນເຂດຕົ້ນລະດູ ຢູ່ທ່າຍລະດູມີໜ້ອຍ ຫຼື ເກືອບບໍ່ມີ ພາຍໃນມີສານສະກັດ ແບບ Tylose ເປັນຈຳນວນຫຼາຍ ໃນເຂດເນື້ອໄມ້ຕົ້ນລະດູ, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ and ປາຍລະດູ (Terminal Parenchyma).

  1. ການນໍາໃຊ້: ເນື້ອໄມ້ແຂງສີນ້ຳຕານ ຫຼື ສີແດງ. ມອກໄມ້ເປັນສີເທົາປົນສີນ້ຳຕານ, ສາມາດແປຮູບໄດ້ງ່າຍ ແລະ ມີຄວາມສວຍງາມ. ເປັນໄມ້ທີ່ນິຍົມນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–600 ມ.
  3. ການກະຈາຍພັນ: ພົບເຫັນໃນປະເທດອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ກຳປູເຈຍ. ສໍາລັບ ສປປ ລາວ ພົບຢູ່ແຂວງຄຳມ່ວນ, ສະຫວັນນາເຂດ, ຈຳປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ພົບເຫັນຕາມເຂດປ່າປະສົມ, ປ່າໂຄກ ແຕ່ປະຈຸບັນຈໍານວນປະຊາກອນແມ່ນໜ້ອຍລົງ ຍ້ອນມີການນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ແດງສັງເກດເບິ່ງໄດ້ງ່າຍ ໃບອ່ອນສີນ້ຳຕານ, ເປືອກສີນ້ຳຕານປົນສີຄີມ ຫຼື ອອກສີແດງ, ຫູໃບເປັນເສັ້ນ, ຊໍ່ດອກກະຈຸກກົມ, ໝາກຮູບຮີຄ້າຍຄືມີດ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Xylia

https://www.phakhaolao.la/kb/0000217?q=Xylia%20xylocarpa&p=search

https://www.iucnredlist.org/search?query=Pterocarpus%20indicus&searchType=species

http://www.plantsoftheworldonline.org/taxon /urn:lsid:ipni.org:names:886077-1

 

 

 

 

 

 

 

Leave a Reply

Your email address will not be published. Required fields are marked *