ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ກວາງຊີ

ລະຫັດ: LT0648 ຊື່ລາວ: ແດງນໍ້າ, ກວາງຊີ ຊື່ວິທະຍາສາດ: Pometia pinnata R.Forst. & G.Forst.. ຕະກຸນ: SAPINDACEAE ຊື່ການຄ້າ: DAENG NAM (LA), FIJIAN LONGAN (TH), KASAI (BN,MY), MATOA (ID) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ແດງນໍ້າ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 30 ມ. ລຳຕົ້ນ ກົມ, ຊື່, ເຮືອນຍອດເປີດ, ມີພຶງເລັກນ້ອຍ, ເປືອກນອກ ສີນໍ້າຕານປົນສີສົ້ມ, ເປືອກຂ້ອນຂ້າງກ້ຽງ, ປົກກະຕິແຕກເປັນເກັດບາງໆ, ເປືອກໃນສີສົ້ມຈືດ, ມີຢາງສີແດງ. ໃບ ໃບປະສົມຂົນນົກປາຍຄູ່, ຈັບແບບຮຽງສະຫຼັບຮອບກີ່ງ, ໃບຍ່ອຍ ຮຽງກົງກັນຂ້າມ,  ຮູບໄຂ່ແຄບ ຫຼື ຮູບ […]