ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ວິກ​ໃບ​​ແຄບ

ລະຫັດ: LT0381 ຊື່ລາວ: ວິກ​ໃບ​​ແຄບ ຊື່ວິທະຍາສາດ: Eucalyptus camaldulensis ຕະກຸນ: MYRTACEAE ຊື່ການຄ້າ: VIK BAI KEB ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ວິກ​ໃບ​​ແຄບສູງເຖິງ 25 ມ. ເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າກົມ, ສີແດງປົນສີບົວ ຍ່ອນ ຫຼື ຫ້ອຍລົງ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ປາຍໃບແຫຼມ,​ ຂອບໃບລຽບ ສີແດງປົນສີບົວ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີແດງ. […]