ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ດູ່ຟ້າຍ

ລະຫັດ: LT0657 ຊື່ລາວ: ດູ່ຟ້າຍ ຊື່ວິທະຍາສາດ: Pterocarpus indicus Willd. ຕະກຸນ: FABACEAE ຊື່ການຄ້າ:  DU LUAT (LA), NARRA (PH,VN), PRADU (VN), SENA (MY), SENE (VN), SONOKEMBANG (ID), THNONG (KH) ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຢືນຕົ້ນ, ສູງເຖິງ 20 ມ. ລຳຕົ້ນກົມ, ເປືອກສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 5–7 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບ​ໄຂ່ຫາຮູບຮີ, ໂຄນໃບມົນ ຫຼື ຕັດ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ່າງໃບຂັ້ນສອງມີ 6–8 ຄູ່. ຊໍ່ດອກແບບກະຈະ […]