ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ລຽງຝ້າຍ

ລະຫັດ: LT0375 ຊື່ລາວ: ລຽງຝ້າຍ ຊື່ວິທະຍາສາດ: Eriolaena candollei Wall. ຕະກຸນ: MALVACEAE ຊື່ການຄ້າ: LIENG FAY ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ຢືນຕົ້ນສູງເຖິງ 12 ມ, ລຳຕົ້ນເປືອກສີເທົາ. ກິ່ງງ່າມີຂົນ. ໃບດ່ຽວຈັບແບບສະຫຼັບ, ແຜນໃບ ຮຸບ ຫຼື ເກືອບມົນ, ໃບອ່ອນມີຂົນຮູບດາວ, ປາຍໃບແຫຼມ, ຂອບໃບເປັນແສກມົນບໍ່ສະໝໍ່າສະເໝີ, ກົກໃບວໍ້າຮູບຫົວໃຈ, ເສັ້ນໃບມີ 5-7 ເສັ້ນ, ກ້ານໃບຍາວ. ຊໍ່ດອກກົມໃຫຍ່ແຜອອກກວ້າງ, ມີຫຼາຍດອກອອກຢູ່ປາຍຍອດ ແລະ ງ່າມໃບ, ມີໃບປະດັບ, ດອກສີເຫຼືອງ, ກາບດອກມີ 5 ກາບ, ຮູບແຖບ ຫຼື ຮູບ ຂອບຂະໜານ, ມີຂົນສີນໍ້າຕານ ຫຼື ສີເຫຼືອງ. ກີບດອກມີ […]