ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

ວິກ​ເປືອກ​ເກັດ

ລະຫັດ: LT0384 ຊື່ລາວ: ​ວິກ​ເປືອກ​ເກັດ ຊື່ວິທະຍາສາດ: Eucalyptus urophylla T.Blake ຕະກຸນ: MYRTACEAE ຊື່ການຄ້າ: VIK PUEK KET ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ວິກເປືອກເກັດສູງເຖິງ 55 ມ. ເປືອກລໍາຕົ້ນ ສີນໍ້າຕານປົນສີແດງ, ເປືອກແຕກເປັນເກັດໂດຍສະເພາະບໍລິເວດກົກລໍາຕົ້ນ, ກິ່ງງ່າກົມ, ເປັນຮວງຫ້ອຍລົງ, ທຸກພາກສວນມີກິ່ນຫອມ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກວ້າງ, ໃບແກ່ແຜນໃບແກ່ຮູບໃບຫອກ ແລະ ບ້ຽວ ຫຼື ໂຄ້ງ,​ ຂອບໃບລຽບ, ປາຍໃບຮຽວແຫຼມ, ແຜນໃບ      ໜາຄ້າຍໜັັງ, ແຜນໃບດ້ານເທິງສີຂຽວ, ດ້ານລຸ່ມສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວ. ຊໍ່ດອກກ້ານດອກດ່ຽວປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, 5-8 ດອກ, ກ້ານດອກກົມ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດມົນກົມ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ […]