ລາຍຊື່ແມ່ບົດຊະນິດພັນໄມ້ ສໍາລັບ ສປປ ລາວ

  1. ລະຫັດ: LT0844
  2. ຊື່ລາວ: ຊີດານ
  3. ຊື່ວິທະຍາສາດ: Vatica odorata (Griff.) Symington
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): CHROMAS (KH), KAMYIN (MM), NARIG GROUP (PH), PHANCHAM (TH), RESAK (BN), SAK HIN (VN), XI DAN (LA)
    Common names:
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)

ເປັນໄມ້ຕົ້ນສູງເຖິງ 20-30 ມ, ລຳຕົ້ນຊື່, ບາງຄັ້ງມີປີກຮາກ. ເປືອກສີ ສີເທົາ, ເປືອກໃນມີເສັ້ນໃຍຫຼາຍ. ກິ່ງ-ງ່າ ເວລາຍັງອ່ອນມີຂົນເປັນຈຸ້ມໆສີນໍ້າຕານແດງຫຸ້ມຫໍ່ທົ່ວໄປ. ໃບ: ໃບດ່ຽວ, ອອກຮຽງສະຫຼັບ, ສ່ວນຫຼາຍ ໃບມີຮູບສ້ວຍປາຍມົນ-ຮູບຂອບຂະໜານ, ປາຍສຸດມີຕິ່ງສັ້ນໆ, ເນື້ອໃບໜາ, ຫູໃບຮູບຂອບຂະໜານ. ດອກ: ຊໍ່ດອກແຕກແໜງຈັດເປັນພົ້ວ, ດອກອອກສີເຫຼືອງຈືດ, ກາບດອກບໍ່ເທົ່າກັນ, ກີບດອກ ບິດເວລາຍັງອ່ອນ. ການອອກດອກ: ເດືອນພະຈິກ-ເດືືອນມີນາ. ໝາກ: ຮູບປຸ້ມ, ຫຸ້ມຫໍ່ດ້ວຍຂົນ, ປີກໝາກປີກໃຫຍ່ 2 ປີກ ມີກ່າງຊື່, ປີກນ້ອຍ 3 ປີກ. ປາຍສ້ວຍເກືອບແຫຼມ. ການອອກໝາກ: ເດືືອນທັນວາ-ເດືອນເມສາ.

ມອກໄມ້ມີສີຂາວປົນເທົາ ຫຼື ນໍ້າຕານອ່ອນ ແກນໄມ້ສີນໍ້າຕານ ເຖິງນໍ້າຕານເຂັ້ມ ເນື້ອໄມ້ ລະອຽດສະໝໍ່າສະເໝີ ແລະ ເນື້ອໄມ້ສ້ຽນສົນ. ຄຸນສົມບັດດ້ານແຮງກົ່ງ: 1960 kg/cm2 ແລະ ຄວາມໜາແໜ້ນ: 1060 kg/m3. ຈຸລັງ Vessels ກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ພາຍ ໃນມີສານສະກັດບາງຈໍານວນແບບ Tylose. ຈຸລັງ Parenchyma ຮຽງຕົວແບບ diffuse, Aliform ແລະ Marginal ແລະ ຈຸລັງ Rays ມີລັກສະນະ Uniseriate rays.

  1. ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງເຊັ່ນ:  ແປ້ນປູ, ໂຕະຕັ່ງ ແລະ ເຄື່ອງໃຊ້ໃນຮົ່ມ ແລະ ນອກຮົ່ມ. ນໍ້າຢາງ ປະຊາຊົນນໍາໃຊ້ເຮັດກະບອງ. ເປັນປະເພດໄມ້ທີ່ທົນຕໍ່ກັບປວກ ແລະ ແມງໄມ້.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນພົບເຫັນຕົ້ນໄມ້ຊະນິດນີ້ຢູ່ໃນປ່າດິບແລ້ງ,  ປະເພດດິນປົນຊາຍຫລາຍ.
  3. ການກະຈາຍພັນ: ປະເທດມຽນມາ, ໄທ, ກໍາປູເເຈັຍ,ຫວຽດນາມ, ຟິລິບປິນ, ມາເລເຊັຍ, ສປ ຈີນ ແລະ ອິນໂດເນເຊັຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ວຽງຈັນ, ນະຄອນຫຼວງ, ຄໍາມ່ວນ, ສະຫວັນນະເຂດ ສາລະວັນ ແລະ ແຂວງ ຈໍາປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
  5. ໝາຍເຫດ: ບາງຄັ້ງມີປີກຮາກ, ເປືອກໃນມີເສັ້ນໃຍຫຼາຍ ຈະສັງເກດເຫັນກ່າງໃບຂັ້ນສອງ 9-15 ຄູ່, ກ່າງຂັ້ນສາມຈັດເປັນຕາໜ່າງຖີ່, ເຫັນຈະແຈ້ງທັງສງດ້ານຂອງໃບ, ປີກໝາກປີກໃຫຍ່ 2 ປີກ ມີກ່າງຊື່, ປີກນ້ອຍ 3 ປີກ. ສ້ວຍປາຍເກືອບແຫຼມ
  6. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

Forest Research Institute Malasia, (2019). Equivalent Timber Name in Asian.

https://www.researchgate.net/publication/233639651_Trees_of_Laos_and_Vietnam_A_Field_Guide_to_100_Economically_or_Ecologically_Important_Species

http://www.dnp.go.th/botany/PDF/publications/saranukrom.pdf

http://www.plantsoftheworldonline.org/taxon/urn:lsid:ipni.org:names:321685-1

https://tropical.theferns.info/viewtropical.php?id=Vatica+odorata

https://pubhtml5.com/iytc/fyme/basic/51-100/WOODS IDENTIFICATION

https://padme.rbge.org.uk/laos/list/Dipterocarpaceae/Vatica

https://www.phakhaolao.la/en/kb/0000966?t%5B0%5D=69&t%5B1%5D=83&page=10&p=browse

ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao

Hardwood) (Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty&Vanhsy Phengthajam).

Leave a Reply

Your email address will not be published. Required fields are marked *