ວິກໃບຮູບຫອກ

ລະຫັດ: LT0382 ຊື່ລາວ: ວິກໃບຮູບຫອກ ຊື່ວິທະຍາສາດ: Eucalyptus pellita Muell. ຕະກຸນ: MYRTACEAE ຊື່ການຄ້າ: VIK BAI HOB HOK ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ວິກໃບຮູບຫອກສູງເຖິງ 15 ມ. ເປືອກລໍາຕົ້ນ ສີດໍາປົນສີນໍ້າຕານ, ເປືອກລໍາຕົ້ນເປັນເກັດຕິດທົນ, ທຸກພາກສວນມີກິ່ນຫອມ. ໃບດ່ຽວ ອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກ ຫາ ຮູບໄຂ່, ແຜນໃບແກ່ຮູບໃບຫອກ, ປາຍໃບຮຽວແຫຼມ ແລະ ໂຄ້ງ, ຂອບໃບລຽບ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ດ້ານເທິງສີຂຽວ, ດ້ານລຸ່ມສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວປົນສີເຫຼືອງ. ຊໍ່ດອກດ່ຽວດອກກົມ. ປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, 3-8 ດອກ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍສັ້ນດ້ານປາຍແຫຼມ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ […]