ວິກໃບແຄບ

ລະຫັດ: LT0381 ຊື່ລາວ: ວິກໃບແຄບ ຊື່ວິທະຍາສາດ: Eucalyptus camaldulensis ຕະກຸນ: MYRTACEAE ຊື່ການຄ້າ: VIK BAI KEB ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy) ລັກສະນະໂຄງສ້າງພາຍນອກ ໄມ້ວິກໃບແຄບສູງເຖິງ 25 ມ. ເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າກົມ, ສີແດງປົນສີບົວ ຍ່ອນ ຫຼື ຫ້ອຍລົງ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ປາຍໃບແຫຼມ, ຂອບໃບລຽບ ສີແດງປົນສີບົວ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີແດງ. […]